ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ຂັ້ນ​ສູງ​ຄວາມ​ໝັ້ນຄົງ ອາຊີ

     ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ຫວຽດນາມ ລາຍ​ງານ​ໃຫ້​ຮູ້​ວັນ​ທີ 1 ມິຖຸນາ 2024 ນີ້​ວ່າ: ກອງ​ປະຊຸມຂັ້ນ​ສູງ​ຄວາມ​ໝັ້ນຄົງ ອາຊີ
(Shangri-La) ປະຈຳ​ປີ ຄັ້ງ​ທີ 21 ໄດ້​ໄຂ​ຂຶ້ນ​ຢູ່ ສິງກະໂປ ໃນລະຫວ່າງວັນ​ທີ 31 ພຶດສະພາ ຫາ 2 ມິຖຸນາ​ ນີ້, ໂດຍ ມີຜູ້ນໍາທາງການ
ທະຫານ ແລະ ການເມືອງທົ່ວ ໂລກເຂົ້າຮ່ວມ.

     ໃນ​ໂອກາດ​ນີ້, ທ່ານ ເຟີ​ດີ​ນານ ມາ​ໂກສ ຈູ​ເນຍ ປະທານາທິບໍດີ ຟີ​ລິບ​ປິນ ໄດ້​ກ່າວ​ວ່າ: ຟີ​ລິບ​ປິນ ແລະ ບັນດາ​ປະເທດ ອາຊີ ຕາ
ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ພວມ​ມີວິໄສ​ທັດ​ລວມ​ກ່ຽວ​ກັບ ພື້ນຖານ “ສັນຕິພາບ, ສະຖຽນ​ລະ​ພາບ ແລະ ວັດທະນາ​ຖາວອນ ຢູ່
ທະເລ​ຈີນ​ໃຕ້ ດ້ວຍ​ຄຳ​ໝັ້ນ​ສັນຍາ​ເຄົາລົບ ແລະ  ປະຕິບັດ​ຕາມ​ສົນທິສັນຍາກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ ທະເລ​ປີ 1982 ແລະ ໃຫ້​ຄຳ​
ໝັ້ນ​ສັນຍາ​ບໍ່​ຜ່ອນ​ສັ້ນຜ່ອນ​ຍາວ ​ອະທິປະ​ໄຕ​ເຂດ ນ່ານ​ນ້ຳທະເລ, ແຕ່​ມີ​ຄຳ​ໝັ້ນ​ສັນຍາແກ້​ໄຂ​ທຸກ​ຄວາມ​ເຄັ່ງ​ຕຶງ, ຄວາມ​ບໍ່​ເອກະພາບ
​ກັນ​ລະຫວ່າງບັນດາ​ປະເທດ ຜ່ານ​ການ​ເຈລະຈາ ແລະ ເຄົາລົບ​ກົດໝາຍ​ສາກົນ.

     ພ້ອມ​ທັງ ຄັດຄ້ານທຸກ​ການ​ນຳ​ໃຊ້ອາວຸດ ຫຼື ນາບ​ຂູ່ ນຳ​ໃຊ້​ອາວຸດ ເພື່ອ​ແກ້​ໄຂ​ຄວາມ​ຄັດ​ແຍ້ງ ຫຼື ບໍ່​ວ່າການ​ຊ່ວງ​ເສັງປະກອບ​ອາວຸດ​
ໃດໃນ​ພາກ​ພື້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/06/2024